ລ້ຽງສັດແບບປະສົມປະສານສ້າງລາຍຮັບ 100 ລ້ານກວ່າກີບຕໍ່ປີ
ການປະກອບອາຊີບເປັນ ສິ່ງຈຳເປັນສຳລັບທຸກໆຄົນ ເພື່ອຫາລ້ຽງຕົນເອງແລະຄອບຄົວ ເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ, ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວຖ້າພວກເຮົາມີຄວາມດຸໝັັ່ນຂະຫຍັນພຽນ,
ອົດທົນສູ້ຊົນເຖິງວ່າເຮັດອາຊີບຫຍັງ ກໍ່ບັນລຸຜົນສໍາເລັດໄດ້, ແຕ່ຊາວ ກະສິກອນພວກເຮົາສ່ວນຫຼາຍກໍ ຍັງຢຶດຖືອາຊີບປູກຝັງ-ລ້ຽງສັດ ເປັນຕົ້ນຕໍດັ່ງຄອບຄົວລຸງ ໝານສົມ ພິດທັກ ອາຍຸ 65 ປີປະຈຸບັນ ເປັນປະຊາຊົນບ້ານຫົວເມືອງ ເມືອງຄອບ ແຂວງໄຊຍະບູລີເປັນຄອບຄົວໜຶ່ງທີ່ມີລາຍຮັບໃນການສ້າງເສດຖະກິດຄອບຄົວລ້ຽງປາ, ລ້ຽງໄກ່, ລ້ຽງໝູ ແລະຕົ້ມເຫຼົ້າຂາຍສາມາດສ້າງລາຍຮັບປີໜຶ່ງ ໄດ້ເຖິງ 100 ລ້ານກວ່າກີບ.

ລຸງ ໝານສົມ ພິດທັກ ມີສະມາຊິກໃນຄອບຄົວ 5 ຄົນ, ແຮງງານຕົ້ນຕໍມີ 2 ຄົນ ໃນເມື່ອກ່ອນແມ່ນ ເຮັດນາເຮັດສວນໝາກສົ້ມຂຽວ, ປູກຢາງພາລາ ແຕ່ຜົນໄດ້ຮັບບໍ່ສົມຄ່າແຮງງານ, ປີໜຶ່ງໄດ້ຂາຍຜົນຜະລິດພຽງເທື່ອດຽວເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວມີ ແຕ່ພໍກຸ້ມຢູ່ກຸ້ມກິນໄປແຕ່ລະມື້ ຍ້ອນແນວນັ້ນ ຈິ່ງໄດ້ປຶກສາກັບຄອບຄົວເພື່ອຊອກຫາທາງອອກ ໃນເບື້ອງຕົ້ນລຸງໝານສົມໄດ້ລົງ ທຶນເຮັດໜອງປາດຸກພັນ 10 ໜອງ, ຂະໜາດຂອງໜອງ 3x2 ແມັດ, ຊື້ປາດຸກມາປ່ອຍ 10 ພັນໂຕ, ໂດຍອາໄສເນື້ອທີ່ນາ 0,30 ເຮັກຕາເຮັດເປັນບ່ອນລ້ຽງປາ, ລ້ຽງໄກ່, ລ້ຽງໝູ ແລະຕົ້ມເຫຼົ້າລົງທຶນທັງໝົດ 60 ລ້ານກີບ, ສ້າງໜອງ, ຊື້ລູກປາ, ຊື້ໄກ່ ແລະຊື້ໝູ, ໃນປີ 2013 ມີລາຍໄດ້ເຖິງ 120 ລ້ານກີບ, ຜົນທີ່ໄດ້ຮັບນັ້ນໄດ້ສ້າງແຮງ ຈູງໃຈໃຫ້ຄອບຄົວ, ປີ 2014 ໄດ້ຂະຫຍາຍໜອງປາອອກຕື່ມອີກ 25 ໜອງ, ລວມທັງໝົດເປັນ 35 ໜອງ, ປ່ອຍປາ 35 ພັນໂຕ, ແຕ່ພັດເກີດນໍ້າຖ້ວມໜອງປາ ແລະປະຊາຊົນບ້ານໃກ້ຄຽງກໍຫັນມາລ້ຽງປາ ຈິ່ງເຮັດໃຫ້ລາຍຮັບຫຼຸດລົງ ເຖິງຢ່າງໃດກໍຕາມເມື່ອມີຄວາມຕັ້ງໃຈແລ້ວຈະມີສີ່ງໃດມາຂວາງໜ້າກໍບໍ່ຫວັ່ນໄຫວ ແຕ່ພໍຕົກມາປີ 2015 ລຸງໝານສົມໄດ້ຂະຫຍາຍໜອງ ປາອອກຕື່ມ 15 ໜອງ, ລວມທັງໝົດເປັນ 50 ໜອງ, ປ່ອຍປາ 50 ພັນໂຕ, ລ້ຽງໄກ່ລາດ200 ໂຕ, ໝູ 10 ກວ່າໂຕ ແລະຕົ້ມເຫຼົ້າຂາຍອີກ, ສ່ວນການລ້ຽງການຈຳໜ່າຍນັ້ນ ປະເພດປາດຸກແມ່ນ 3 ເດືອນ ຂາຍເທື່ອໜຶ່ງ, ປີໜຶ່ງສາມາດຂາຍ ໄດ້ 3 ຊຸດ, ສ່ວນໄກ່ ແລະໝູສ່ວນ ຫຼາຍຈະເອົາອອກຂາຍຍາມເມື່ອ ພີ່ນ້ອງເຜົ່າມົ້ງກິນຈຽງ, ເຂົາເຈົ້າ ຈະລົງມາເອົາກັບທີ່ເລີຍ ເມື່ອສັງລວມແລ້ວຄອບຄົວຂອງລຸງໝານ ສົມສາມາດສ້າງລາຍຮັບປີໜຶ່ງໄດ້ 100 ລ້ານກວ່າກີບ ປະຈຸບັນຄອບ ຄົວຂອງລຸງໝານສົມພິດທັກໄດ້ກາຍເປັນຄອບຄົວຕົວແບບການປູກຝັງ-ລ້ຽງສັດເປັນສິນຄ້າຂອງ ເມືອງຄອບ ແຂວງໄຊຍະບູລີ, ມີເຮືອນຖາວອນຢູ່, ມີລົດກະບະວິໂກ້ 1 ຄັນ ແລະດີຟູດີ 1 ຄັນມີເງິນ ແຮ່ໄວ້ເພື່ອສົ່ງລູກຮຽນຕື່ມອີກ.
ຍ້ອນຄອບຄົວຂອງລຸງ ໝານສົມ ພິດທັກ ທີ່ໄດ້ປະຕິບັດຕາມມາດຕະການ ແລະນະໂຍບາຍຂອງພັກ-ລັດກ່ຽວກັບການຫັນເສດຖະ ກິດທຳມະຊາດໄປສູ່ເສດຖະກິດສິນຄ້າ ເພື່ອແກ້ໄຂຄວາມທຸກຍາກ ແລະສ້າງຄວາມພໍກິນພໍໃຊ້ພາຍ ໃນຄອບຄົວແມ່ນຕ້ອງຫັນປ່ຽນ ຄວາມຊິນເຄີຍເກົ່າດ້ານການຜະລິດແບບດັ້ງເດີມໄປສູ່ຮູບການ ແລະວິທີການຜະລິດທີ່ກ້າວໜ້າມີປະສິດທິຜົນດ້ວຍການນຳໃຊ້ວິທະ ຍາສາດວິທະຍາການເຂົ້າໃນການຜະລິດ, ເຮັດໜ້ອຍແຕ່ມີຄຸນນະພາບເພື່ອຫັນປ່ຽນເສດຖະກິດທຳມະຊາດໄປສູ່ການຜະລິດເປັນສິນຄ້າຈິ່ງສາມາດນຳພາຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໃນທີ່ສຸດ.

No comments