ສາທາເມືອງໄຊພູທອງ ປະຕິບັດ 5 ກິດຈະກໍາ ເຝົ້າລະວັງໄຂ້ຍຸງລາຍ


ຂປລຕາມການໃຫ້ສຳພາດຂອງ ທ່ານ ພູມີ ບານສຸວັນ ຫົວໜ້າຫ້ອງການສາທາລະນະສຸກ ເມືອງໄຊພູທອງ ແຂວງສະຫວັນນະເຂດ ​ໃນວັນທີ 7 ສິງຫາ 2017 ນີ້ວ່າ:  ປັດຈຸບັນສະ ພາບການແຜ່ລະບາດ ຂອງພະຍາດໄຂ້ເລືອດອອກ ຢູ່ເມືອງໄຊພູທອງ ໃນຈຳນວນ 5 ບ້ານເປົ້າໝາຍ ເຊິ່ງໄດ້ກວດພົບຜູ້ຕິດເຊື້ອໄຂ້ເລືອດອອກ ຈຳນວນ 15 ກໍລະນີ ຍັງບໍ່ມີຜູ້ເສຍຊີວິດຕໍ່ກັບສະພາບ ການດັ່ງກ່າວ ຫ້ອງການສາທາລະນະນຸກເມືອງ​ ໄດ້ປະຕິບັດ 5 ກິດຈະກຳຫລັກ ​ເພື່ອຕິດຕາມ​ ​ແລະ ​ເຝົ້າລະວັງ.

ການ
ປະຕິບັດ 5 ກິດຈະກຳດັ່ງກ່າວນັ້ນ ປະກອບມີ:  ເມື່ອມີການລາຍງານການເກີດພະຍາດດັ່ງກ່າວ ແມ່ນບໍ່ໃຫ້ກາຍ 6 ຊົ່ວໂມງ ໃຫ້ທີມງານລົງເຖິງທ້ອງຖິ່ນ ບ່ອນທີ່ມັນເກີດສຳ ຫລວດເບິ່ງຄວາມໜາແໜ້ນ ຂອງໜອນນ້ຳປະສານກັບອໍານາດການປົກຄອງບ້ານ ເພື່ອລາຍງານສະພາບ ພ້ອມທັງຊີ້ນຳນຳພາໃຫ້ ພໍ່ແມ່ປະຊາຊົນປະຕິບັດ ຫລັກການອານາໄມສາມສະອາດ ​ໂດຍເນັ້ນໃສ່ແຫລ່ງ ເພາະພັນຂອງຍຸງລາຍ ບ່ອນທີ່ມີປ່າຮົກເຮື້ອ, ກະໂປະ, ກະປ໋ອງ​ ແລະ ພາຊະນະທີ່ມີນ້ຳຂັງໃນເມື່ອສຳຫລວດ ແລະ ທຳລາຍແຫລ່ງເພາະພັນ ຂອງຍຸງລາຍແລ້ວ ຕ້ອງໄດ້ເອົາຊາຍອັບເດດ ມາແຈກຢາຍໃຫ້ ແຕ່ລະຄອບຄົວ ​ເພື່ອຂ້າໜອນນ້ຳ ​ແລະ ໃນກໍລະນີມີໜອນນຳ ​ແລະ ຍຸງລາຍ ​ເປັນຈຳນວນຫລາຍ ຕ້ອງໄດ້ປະຕິບັັດການພົ່ນຢາ.

ຜ່ານ
ການຈັດຕັ້ງປະຕິບັດຕາມ 5 ກິດຈະກຳ ​ເຫັນວ່າ ມາຮອດເດືອນສິງຫານີ້ ສະພາບການລະບາດຂອງພະຍາດໄຂ້ເລືອດອອກ ໃນຈຳນວນບ້ານ 5 ບ້ານ ແມ່ນໄດ້ຢຸດສະຫງັດແລ້ວ. ສຳລັບບ້ານທີ່ມີຄວາມສ່ຽງ ນັ້ນທີມງານຄຸ້ມຄອງສາທາລະນະສຸກຂັ້ນເມືອງ ໄດ້ເອົາຊາຍອັບເດດ ພ້ອມທັງປະຕິບັດຫລັກ ການອານາໄມສາມສະອາດ ໃນ 40 ບ້ານຢ່າງທົ່ວເຖິງ.

No comments

Theme images by compassandcamera. Powered by Blogger.